Actinoscirpus grossus (L.) D. Simpson - CYPERACEAE - Dicotyledon

Basionym : Scirpus grossus L.f.

Common name : coarse bullrush, greater club rush.

Habit - © Juliana PROSPERI - CIRAD 2005 - 2006 Leaf detail - © Juliana PROSPERI - CIRAD 2005 - 2006 Inflorescence - © Juliana PROSPERI - CIRAD 2005 - 2006 Flowers grouped in a terminal umbel - © Juliana PROSPERI - CIRAD 2005 - 2006 Roots and propagation - © Juliana PROSPERI - CIRAD 2005 - 2006

English   Français   Khmer   Lao   

ດ້ານພຶກສາສາດ ດ້ານຊີວະສາດ ການສືບພັນ ດ້ານລະບົບນິເວດ

ດ້ານພຶກສາສາດ :

Description : ເປັນ​​ພືດ​ບົກທີ່​ມີ​ອາຍຸຫລາຍ​ປີ, ເປັນປະ​ເພດ​ຫຍ້າ​ທີ່​ມີລຳ​​ເປັນ​ກະ​ຈຸກ. ຮາກ​​ເປັນ ປະ​ເພດ​ຮາກຝອຍ ​ສີຂາວ ຫຼື​ສີ​ນ້ຳຕານ. ລຳ​ຮູບ​ສາມ​ຫລ່ຽມ, ​ແຂງ ​ແລະ ​ເປັນ​ຂົນ. ເປັນ​ປະ​ເພດ​ພືດ​ທີ່ບໍ່​ມີ​ຫູ​​ໃບ. ​ໃບ​ເປັນ​ປະ​ເພດ​ໃບ​ງ່າຍດາຍ, ຮູບ​ໃບກ້ຽງ​ບໍ່​​ແບ່ງຫລື​ວ້ຳ​, ໃບປົ່ງ​​ແບບສະຫລັບ​ວຽນ​ຂື້ນ​ຕາມ​ລຳ, ໃບ​ບໍ່​ມີ​ກ້ານ​ໃບ, ​ໃບ​ຮູບ​​ເສັ້ນ​ຍາວ​, ມີ​ຂະໜາດຫລາຍ​ກ່ວາ 2 ຊມກ້ວາງ​/ຍາວ, ເປັນ​ຂົນ ​ທັງ​ສອງ​ດ້ານ, ຂອບ​ໃບ​ກ້ຽງ, ປາຍ​ໃບ​ສ້ວຍ, ຖານ​ໃບ​ໂອບ​ເອົາ​ລຳ. ເສັ້ນ​ກ່າງ​ໃບ​ຈັດ​ຮຽງ​ແບບ​ຂະໜານ. ປະກອບ​ມີ​ກາບ​ໃບ ຮູ​ມສາມຫຫລ່ຽມ​ເມື​ອ່ຜ່າຕັດ​ຕາມ​ລວງ​ຂວາງ. ດອກ​ຮ່ວມ​ເພດ, ດອກ​​ໂຮມກັນ​ຢູ່​ປາຍຍອດ. ຊໍ່​ດອກຮູບຄັນ​ຮົ່ມ, ບໍ່​ມີ​ກ້ານ​ດອກ, ​ດອກ​ສີ​​​ຂຽວ ຫລື​ສີ​ນ້ຳຕານ, ບໍ່​ສັງ​ເກດ​ເຫັນ​ມີ ກີບ​ດອກ​. ໝາກ​ເປັນ​ປະ​ເພດ​ໝາກ​ແຫ້ງ​​ເປືອກ​ແຂງ.

ດ້ານຊີວະສາດ :

ແຜ່ພັນດ້ວຍເມັດ.

ການສືບພັນ :

ມັກອອກດອກຊ່ວງເດືອນເມສາ ຫາເດືອນກໍລະກົດ ແລະ ບາງຄັ້ງແກ່ຍາວຮອດເດືອນຕຸລາ

ດ້ານລະບົບນິເວດ :

ພົບເຫັນຕາມບຶງຫລືບ່ອນນ້ຳຖ້ວມ, ໜອງ, ບວກ ແລະ ນາເຂົ້າ

ການນຳໃຊ້ :
ມັກໃຊ້ເພື່ອເຮັດຖົງ ແລະກະຕ່າ

Top of the page